ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄຕ້​ຫວັນ ພັດທະນາ​ປືນ​ຍິງ​ດ່ຽວ​ໃໝ່​ເພື່ອທົດ​ແທນ T91

     ກົມ​ຍຸດ​ໂທ​ປະກອນ ກະຊວງປ້ອງ​ກັນ​ປະເທດໄຕ້​ຫວັນ (MND) ໄດ້​ພັດທະນາ​ປືນ​ຍິງ​ດ່ຽວ ໄຣ​ເຟີ​​ລ (rifle) ໃໝ່ ຂະໜາດ 5.56​ມມ,
ທີ່​ມີ​ຊື່​ລະຫັດ XT112 rifle ເພື່ອ​ທົດ​ແທນ​ປືນ​ລຸ້ນ T91, ເຊິ່ງ​ປັດຈຸບັນ​ກຳລັງໃຊ້ງານໃນກອງທັບ​ປະຊາຊົນ​ຈີນ.

     ໄຕ້​ຫວັນ ໄດ້​ວາງສະແດງ​ປືນ​ທີ່​ງານ​ວາງສະແດງ​ເຕັກ​ໂນ​ໂລ​ຊີ​ການບິນ-ອະວະກາດ ແລະ ການ​ປ້ອງ​ກັນ​ປະເທດ​ໄທ​ເປ 2023. ທ່ານ ແຟຣງ
ຫວາງ ວິສະວະກອນ​ຂອງ​ ກົມ​ຍຸດ​ໂທ​ປະກອນ ກ່າວ​ກັບ​ສຳນັກ​ຂ່າວ​ຕ່າງປະເທດ​ວ່າ: ປືນ​ໄຣ​ເຟີ​​ລ XT112 ຖືກ​ອອກ​ແບບ​ມາ​ ເພື່ອ​ໃຫ້​ມີ​ປະສິດ
ທິພາບ, ມີ​ຄວາມ​ແມ້ນ​ຢຳ​ສູງ​ກວ່າ​ລຸ້ນ​ກ່ອນ 30%, ມີ​ຄວາມ​ທົນ​ທານ, ນ້ຳໜັກ​ເບົາ ແລະ​ ຫຼຸດຜ່ອນ​ການ​ສັ່ນ​ສະເທືອນ​ໄດ້​ດີ​ກວ່າ.

     ເນື່ອງ​ຈາກ​ວິທີ​ການ​ພັດທະນາ​ມີ​ຄວາມ​ແຕກ​ຕ່າງ​ຈາກປືນ T91. ປືນ​ໄຣ​ເຟີ​​ລ ສາມາດ​ບັນຈຸ​ລູກ ປືນ​ເຕັມ​ບັ້ງ​ໄດ້ 30 ລູກ; ມີ 4 ໂໝດ​ຍິງ​ໄດ້
ແກ່: ປອດ​ໄພ, ເຄິ່ງ​ອັດຕະໂນມັດ, ຍິງ​ຕໍ່​ເນື່ອງ​ເທື່ອ​ລະ​ສອງ​ລູກ ແລະ ຍິງ​ອັດຕະໂນມັດ; ມີ​ເລົາໜາ; ມີ​ໄລຍະ​ຫວັງ​ຜົນ 600 ແມັດ, ມີ​ຂາ​ຄ້ຳ​ທາງ
​ໜ້າ ແລະ ທາງ​ທ້າຍ ທີ່​ສາມາດ​ປັບ​ປ່ຽນ​ຕ່ຳ​ສູງ, ຂຶ້ນ-ລົງ ໄດ້​ຢ່າງ​ເໝາະ​ສົມ. ປືນ​ໄຣ​ເຟີ​​ລ ລຸ້ນ​ໃໝ່​ນີ້, ສາມາດ​ຕິດ​ຕັ້ງ​ດ້ວຍ​ຕົວ​ຊີ້​ເລ​ເຊີ ແລະ ກ້ອງ​
ເລັງ​ໄລຍະ​ໃກ້​ແບບ XTS112, ມີ​ໄຟ​ສ່ອງ​ແສງ​ສະຫວ່າງ ແລະ ສະ​ວິດ​ຄວບ​ຄຸມ​ໄລຍະ​ໄກ; ໂຕ​ກ້ອງ​ສາມາດ​ຊູມ​ເຂົ້າ-ອອກ​ໄດ້. ການ​ເພີ່ມ​ເຕີມ
​ຂອງ​ຕົວ​ຊີ້​ເລ​ເຊີ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ກຳນົດ​ເປົ້າ​ຫມາຍ​ໄດ້​ໄວ ແລະ ຖືກຕ້ອງ​ໃນ​ການ​ປະຕິບັດ​ໜ້າທີ່​ທັງ​ກາງເວັນ ແລະ ກາງຄືນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/03/2024